| ກຸ່ມຜາສາດຫີນວັດພູ |
|
|
ຈາກຫຼັກຖານທາງສີລາຈາລຶກ ເມື່ອສະຕະວັດທີ V ແລະ ທີ VI ໄດ້ກ່າວເຖິງເທວະສະຖານແຫ່ງໜຶ່ງ ເຊິ່ງຕັ້ງຢູ່ເທິງພູ ມີອາຍຸຮ່ວມສະໃໝດຽວກັບເມືອງບູຮານ ແຕ່ວ່າວັດທີ່ກ່າວນີ້ໄດ້ຖືກເພພັງ ແລະ ຫາຍສາບສູນໄປໝົດແລ້ວ ແລະ ຕໍ່ມາຈິ່ງໄດ້ມີການສ້າງກຸ່ມເທວະສະຖານຂະໜາດໃຫ່ຍຢອງທັບໃສ່ ສະຖານທີ່ເດີມ ເຊີ່ງເອີ້ນກັນວ່າ: ຜາສາດຫີນວັດພູ ດັ່ງທີ່ຍັງຄົງເຫຼືອສະພາບຂອງໂຄງສ້າງໄວ້ໃຫ້ພວກເຮົາເຫັນເທົ້າທຸກວັນນີ້ ບັນດາ ກຸ່ມໂຄງສ້າງທາງສະຖາປັດຕະຍະກຳ ອັນເປັນເທວະສະຖານທີ່ສັກສິດ ແລະ ສວຍງາມແຫ່ງນີ ໄດ້ເລີ້ມຕົ້ນທຳການກໍ່ສ້າງເມື່ອຕົ້ນສະຕະວັດທີ XI ແລະ ໄດ້ມີການຕໍ່ເຕີມບາງສ່ວນໃນສະຕະວັດທີ XII ແລະທີ XIII.
ກຸ່ມຜາສາດຫີນວັດພູໄດ້ຖືກອອກແບບແຜນຜັງຕາມຫຼັກການຍຶດເສັ້ນແກນຕາເວັນອອກ- ຕາເວັນຕົກ ເປັນຫຼັກ, ເຊິ່ງເລີ້ມຕົ້ນຈາກທົ່ງພຽງເນັ່ງຂຶ້ນໄປຕາມເປີ້ນພູ ຈົນໄປເຖິງພັກເທິງສຸດ ເຊິ່ງເປັນທີ່ຕັ້ງຂອງຜະສາດປະທານ ແລະ ໜ້າຜາຫີນຊາຍ ບ່ອນທີ່ບໍ່ນ້ຳສັກສິດໄຫຼລິນຢູ່ຕະ ຫຼອດທຸກລະດູການ.
ກຸ່ມຜາສາດຫີນວັດພເມື່ອພວກເຮົາມຸ່ງໜ້າສູ່ວັດພູ ໝາຍຄວາມວ່າເລີ້ມຈາກທິດຕາເວັນອອກ ສິ່ງທຳອິດທີ່ຈະສັງເກດເຫັນໄດ້ແກ່ໜອງສະຂະໜາດໃຫ່ຍສອງແຫ່ງ, ຊິ່ງເປັນໜອງທີ່ສ້າງຂື້ນເພື່ອເປັນບ່ອນກັກເກັບນ້ຳເພື່ອປະໂຫຍດທາງຊົນລະປະທານ ແລະ ຕາມຄວາມເຊື່ອຖືທາງສາດສະໜາ ທີ່ໝາຍເຖິງມະຫາສະໝຸດ ເຊີ່ງອ້ອມຮອບໝ່ວຍໂລກຂອງພວກເຮົາ. ທີ່ຂອບໜອງສະ ມີລະບຽງກໍ່ດ້ວຍຫີນຊາຍ (ເມື່ອປີ 1957 ໄດ້ມີການກໍ່ສ້າງ ອາຄານສະ ໃໝໃໝ່ຢອງໃສ່ຮາກຖານບູຮານດັ່ງກ່າວນີ້)ຖັດຈາກນັ້ນຈະເຊື່ອມຕໍ່ດ້ວຍທາງຍ່າງ ຊິ່ງສອງຝາກທາງ ລຽງລາຍດ້ວຍຫຼັກເສົາເສໄປ ຈົນເຖິງພັກທີໜຶ່ງອັນເປັນທີ່ຕັ້ງ ຂອງໂຮງຊາວ2ໂຮງ ປິ່ນໜ້າໃສ່ກັນ(ກໍ່ດ້ວຍຫີນຊາຍ,ຫີນໜາມໝໍ່ ແລະດິນຈີ່ ) ທີ່ສີໜ້າມີການແກະສະຫຼັກລວດລາຍສີລະປະ ທີ່ວິຈິດບັນຈົງ ຂອງຍຸກສະຕະວັດທີ XI (ສະກຸນຊ່າງຍຸກໂກະແກ).ໂຮງຊາວເປັນຮູບສີ່ຫຼ່ຽມຜືນຜ້າ ມີເດີ່ນດ້ານໃນເຊິ່ງໃຊ້ສຳລັບພິທີກຳທາງສາດສະໜາປະການໃດແທ້ຈິງນັ້ນ ຍັງບໍ່ມີຫຼັກຖານຢັ້ງຢືນແນ່ຊັດ.ຊາວບ້ານພາກັນເອີ້ນວ່າ : "ໂຮງທ້າວ, "ໂຮງນາງ" ເຊິ່ງຍັງບໍ່ທັນມີຂໍ້ມູນທາງວິທະຍາສາດໃດໆມາອະທິບາຍເທື່ອ. ຖັດຈາກນີ້ໄປເປັນທາງຍ່າງ ປູດ້ວຍແຜ່ນຫີນທັງສອງຝາກຂ້າງອ້ອມລ້ອມດ້ວຍກົມມະລຽນ ມຸງດ້ວຍຫຼັງຄາ (ປະຈຸບັນນີ້ເພພັງໄປໝົດແລ້ວ) ເຊີ່ງນຳໄປ ສູ່ຂັ້ນ ໄດພັກທຳອິດ,ທາງດ້ານໃຕ້ຂອງທາງຍ່າງຫຼັກນີ້ ສາມາດສັງເກດເຫັນຫຼັກຖານເຊີ່ງເປັນຮ່ອງຮອຍຂອງຫໍໄຫ້ວນ້ອຍໆຫຼັງໜຶ່ງ (ສ້າງຂື້ນເມື່ອປະມານກາງ ສ.ວ XI ) ເຊິ່ງເອີ້ນວ່າ "ໂຮງງົວອຸດສຸພະລາດ "ຫຼື " ງົວນັນທິນ " ອັນເປັນພາຫະນະຂອງພຣະສິວະ ເລີ້ມຈາກໂຮງງົວແຫ່ງນີ້ ມີເສັ້ນທາງບູຮານ ທີ່ເຊື່ອມຕໍ່ກັບໂຮງນາງສີດາແລ້ວມຸ້ງໄປທາງທິດໃຕ້ຜ່ານບ້ານທາດ ( ໄລຍະທາງປະມານ 30 ກິໂລແມັດ ) ແລະ ເນັ່ງຕໍ່ໄປຈົນເຖິງນະຄອນວັດ.
ລະບຽງຂັ້ນໄດພັກທຳອິດນີ້ ເຊື່ອມຕໍ່ລະຫວ່າງລະບຽງພັກໜຶ່ງອີກເຊິ່ງມີກຳແພງກັນເຈື່ອນກໍ່ດ້ວຍຫີນຊາຍ ແລະ ຂັ້ນໄດພັກທີສອງ ເຊີ່ງມີຊຸມປະຕູຂົງ ( ສ.ວ ທີ XII ) ປະຈຸບັນເພພັງໄປສ່ວນຫຼາຍແລ້ວ, ຍັງຄົງເຫຼືອໄວ້ໃຫ້ເຫັນພຽງຮູບ " ທະວາຣະບານ "( ຜູ້ຮັກສາປະຕູ ) ໃນສະພາບຢືນຢູ່ທາງກ້ຳເໜືອ ເຊີ່ງມືໜຶ່ງຖືໄມ້ຄ້ອນ ແລະ ອີກມືໜຶ່ງວາງຢູ່ບົນໜ້າເອິກສະແດງຄວາມເຄົາລົບ ແກ່ຜູ້ທີ່ມາສະແຫຼວງບຸນທັງປວງ.ຈາກຕຳນານພື້ນບ້ານເລົ່າ ສຶບຕໍ່ກັນມາຂອງປະຊາຊົນທ້ອງຖິ່ນໄດ້ກ່າວວ່າ ແມ່ນພະຍາກຳມະທາ ເປັນຜູ້ສ້າງຜາສາດຫີນວັດພູ, ຖັດຈາກ ຂັ້ນໄດແຫ່ງທີສອງຂຶ້ນໄປເປັນທາງຍ່າງອີກແຫ່ງໜຶ່ງ ເຊີ່ງຍາວຢຽດເນັ່ງໄປຕາມຄວາມລາດຊັນຂອງເປີ້ນພູ, ສ້າງດ້ວຍແຜ່ນຫີນຊາຍ ແລະ ນຳໄປສູ່ຂັ້ນໄດແຫ່ງທີສາມ, ຂັ້ນໄດນີ້ໄດ້ເຊື່ອມຕໍ່ກັບລະບຽງອີກພັກໜຶ່ງ ກ່ອນທີ່ຈະເຖິງລະບຽງສຸດທ້າຍ. ທີ່ລະບຽງຜ້ານນີ້ສັງເກດເຫັນຫໍໄຫ້ວກໍ່ດ້ວຍດິນຈີ່ 6 ລູກ (ຕົ້ນສ.ວ XI) ເຊິ່ງສຳລັບ ໄວ້ເປັນທີ່ປະດິດສະຖານພຣະສິວະເທບ ໃນສັນຍາລັກແຫ່ງລິງຄະ ປັດຈຸບັນຖືກເພພັງໝົດແລ້ວ.
ຕົວປະສາດປະທານນີ້ຕົວປະສາດປະທານນີ້ ປະກອບດ້ວຍສ່ວນດ້ານໜ້າ ແລະ ສ່ວນດ້ານຫຼັງ.ສ່ວນດ້ານໜ້າ( ຫ້ອງໂຖງ ) ກໍ່ດ້ວຍຫີນຊາຍມີປະຕູເຂົ້າຫາ 3 ດ້ານ ( ດ້ານຕາເວັນອອກ,ດ້ານເໜືອ ແລະ ດ້ານໃຕ້ ) ແລະ ສ່ວນດ້ານຫຼັງ ກໍ່ດ້ວຍດິນຈີ່ ເອີ້ນວ່າ : " ເຊນລະ " ບ່ອນປະດິດສະຖານ " ສິວະລິງຄະ" ໂດຍມີນ້ຳສັກສິດໄຫຼຫົດສົງຢູ່ຕະຫຼອດເວລາ . ນ້ຳນີ້ຈະຜ່ານເຂົ້າທາຮູຝາດ້ານຕາເວັນຕົກ,ຫຼັງຈາກຫົດສົງພຣະສິວະລິງຄະແລ້ວ ຈະໄຫຼຜ່ານໂສມະສູດອອກມາທາງຮູຝາດ້ານເໜືອ ພວກເຮົາຈະສັງເກດເຫັນວ່າລັກສະນະການຫົດສົງພະຊີວະລິງຄະ ຢ່າງ ເປັນປະຈຳດ້ວຍສາຍນ້ຳທຳມະຊາດທີ່ໄຫຼລິນເປັນປົກກະຕິຄືແນວນີ້ແມ່ນເອກະລັກໜຶ່ງດຽວທີ່ເປັນກໍລະນີພິເສດແຫ່ງສາສະນະສະຖານຮິ່ນດູຂອງຂອມ ທີ່ປະກົດສະເພາະຢູ່ວັດພູແຫ່ງດຽວເທົ່ານີ້. ບົນຂອບປະຕູທາງໜ້າຂອງ ຜາສາດປະທານ ມີການແກະສະຫຼັກເປັນຮູບທຣະວາລະບານ ແລະ ຮູບນາງອັບສອນ. ບົນຊຸ້ມປະຕູທາງເຂົ້າແຕ່ລະປ່ອງປະດັບດ້ວຍສີໜ້າແລະ ທັບຫຼັງຄວັດແກະສະຫຼັກຢ່າງບັນຈົງພິສະດານ ເຊິ່ງກ່າວເຖິງພຣະກຣິສນາ ( ອາວະຕານໜຶ່ງຂອງພຣະສິວະ ), ພຣະອິນ,ພຣະວິສະນຸ,ພຣະສິວະ,ພຣະລືສີ ແລະ ເນື້ອເລື້ອງກ່ຽວກັບຣາມມະກຽນ. ເທວະໄລແຫ່ງນີ້ຖືກດັດແປງມາເປັນພຸທະສາສະຖານ ໃນຍຸກຕໍ່ມາ ຊິ່ງຈະເຫັນໄດ້ຈາກພຣະພຸທະຮູບອົງໃຫ່ຍກໍ່ດ້ວຍດິນຈີ່ 3 ອົງ ປະດິດສະຖານດ້ານໃນຂອງສິມ.
ບໍ່ນ້ຳທ່ຽງ
ທາງດ້ານຫຼັງຂອງກົມມະລຽນ ມີເດີ່ນແຫ່ງໜຶ່ງ ຊິ່ງອ້ອມລ້ອມທັງ 4 ດ້ານ ( ດ້ານໃຕ້ ແລະ ດ້ານຕາເວັນອອກເປັນກຳແພງກໍ່ດ້ວຍຫີນຊາຍ,ດ້ານເໜືອເປັນໂຂດຫີນໃຫ່ຍແລະ ດ້ານຕາເວັນຕົກເປັນໜ້າຜາສູງຊັນ ເຊີ່ງປະກອບດ້ວຍເງີບຫີນອັນເປັນທີ່ກຳເນີດຂອງບໍ່ນ້ຳສັກສິດເຊິ່ງໄຫຼລິນຢູ່ຕະຫຼອດ ໃນທຸກລະດູການ ).ການຂຸດຄົ້ນທາງບູຮານວິທະຍາໂດຍ" ໂຄງການຄົ້ນຄ້ວາວັດຖຸບູຮານລາວ"ເຊິ່ງດຳເນີນມາແຕ່ປີ 1991 ເຖິງ 1993 ໄດ້ຄົ້ນພົບບັນດາຫຼັກຖານຕ່າງໆ ທາງດ້ານການຈັດວາງໂຄງສ້າງສະຖາປັດຕະຍະກຳໃນບໍລິເວນນີ້(ໂຄງສ້າງທີ່ ມີຫໍໄຫ້ວຂະໜາດນ້ອຍຫຼັງໜຶ່ງ. ສ້າງດ້ວຍຫີນຊາຍ ແລະ ດິນຈີ່ (ສ.ວ XI ) ຕັ້ງຢູ່ທາງດ້ານໄຕ້ຂອງເງີບຫີນ ສ່ວນດ້ານຫຼັງຂອງຫໍໄຫ້ວ ໄດ້ກວມເລິກເຂົ້າໄປ ໃນກ້ອງເງີບຜາຫີນ. ທາງໃນຂອງຫໍໄຫ້ວນີ້ອາດຈະເປັນສະຖານທີ່ ປະດິດສະຖານ ພຣະສິວະລິງຄະ,ເພື່ອເປັນການເພີ້ມຄວາມສັກສິດໃຫ້ແກ່ບໍ່ນ້ຳແຫ່ງນີ້ຂື້ນຕື່ມອີກຢູ່
ກ້ອງເງີບຫີນດ້ານຫຼັງຂອງຫໍໄຫ້ວນີ້ໄດ້ຄົ້ນພົບເທວະຮູບ ສີລະປະຂອມ ຂະໜາດນ້ອຍຫຼໍ່ດ້ວຍທອງເຫຼືອງ ອັນໄດ້ແກ່ພະວິສະນຸ ແລະ ເທວະສະຕຣີອີກ 1 ອົງ.ນອກນັ້ນ ຍັງໄດ້ພົບພຣະພຸທະຮູບປາງຕ່າງໆ ຈຳນວນຫຼວງຫຼາຍ ເຊີ່ງເປັນສີລະປະຍຸກຕໍ່ມາ.ນ້ຳທີ່ໄຫຼອອກຈາກບໍ່ຢູ່ທາງສົ້ນດ້ານເໜືອ ໄດ້ເກັບບັນ ຈຸຢູ່ໃນອ່າງ ທີ່ກໍ່ດ້ວຍດິນຈີ່ ແລະ ພື້ນກໍ່ດ້ວຍແຜ່ນຫີນຊາຍສີຂຽວ ຈາກນັ້ນ,ຈິ່ງສົ່ງຕໍ່ໄປຍັງຜະສາດປະທານ ( ເຊນລະ,ສ.ວ XIII ) ເພື່ອຫົດສົງພະສິວະລິງຄະໂດຍລະບົບທໍ່ຮາງລິນເຮັດດ້ວຍຫີນຊາຍສີຂຽວມີຝາປິດ ແລະ ຄ້ຳດ້ວຍເສົາຫີນຕັ້ງລຽນລາຍໄປຕາມຂອບດ້ານໃຕ້ ຂອງພັກຂັ້ນໄດຫີນ ເຊິ່ງເຊື່ອມຕໍ່ລະຫວ່າງກຳແພງກົມມະລຽນ ແລະ ອ່າງນ້ຳທ່ຽງ,ແລ້ວຜ່ານຮູທີ່ເຈາະໄວ້ ສະເພາະທີ່ຝາກຳແພງກົມມະລຽນຂ້າງປ່ອງປະຕູດ້ານໃຕ້ ຜ່ານລະບຽງທາງດ້ານຕາເວັນອອກ ແລ້ວຈິ່ງລ້ຽວທົບ 90 ອົງສາ ໄປທາງດ້ານເໜືອເພື່ອໄປສູ່ຈຸດໝາຍ ຄືຜະະສາດປະທານ ໄດ້ພົບຫຼັກຖານທີ່ເປັນແຖ່ນຫີນຫຼາຍອັນໃນບໍລິເວນອ້ອມຮອບບໍ່ນ້ຳທ່ຽງແຫ່ງນີ້ ເຊີ່ງສັນນິຖານວ່າເດີມຄົງມີຮູບຄວັດແກະສະຫຼັກຂອງເທບພຣະເຈົ້າອົງສຳຄັນຕ່າງໆ ປະດິດສະຖານຢູ່ເຊັ່ນ : ອາດໄດ້ແກ່ພະສິວະ ຫຼື ລິງຄະ, ແຕ່ໃນປະຈຸບັນນີ້ບໍ່ເຫຼືອໃຫ້ເຫັນອີກແລ້ວ. ນອກຈາກນັ້ນຍັງໄດ້ພົບຮ່ອງຮອຍ ອົງປະກອບທາງສະຖາປັດຕະ ຍະກຳ ຍຸກສະຕະວັດທີ XI ຫຼາຍໆຢ່າງ ເຊີ່ງຖືກນຳມາໝູນໃຊ້ໃນຍຸກຕໍ່ໆມາ ອັນຢັ້ງຢືນໃຫ້ເຫັນເຖິງຄວາມເກົ່າແກ່ ແລະ ການຕໍ່ເນື່ອງຜ່ານຫຼາຍຍຸກ ຫຼາຍສະໃໝຂອງການກໍ່ສ້າງມາແລ້ວ.
ດ້ານເໜືອ
ຢູ່ທາງດ້ານເໜືອຂອງຜະສາດປະທານນີ້ມີໂຄງສ້າງສະໃໝໃໝ່ເຮັດດ້ວຍມ້ອັນປະກອບດ້ວຍກຸດຕິ ແລະ ຫໍແຈກ. ຖັດໄປທາງດ້ານເໜືອອີກຈະສັງເກດເຫັນກຸ່ມໂງ່ນຫີນຂະໜາດໃຫ່ຍ,ມີການແກະສະຫຼັກເປັນຮູບຕ່າງໆເຊັ່ນ : ຮູບຊ້າງ,ຮູບແຂ້,ຂັ້ນໄດ ແກະສະຫຼັກເປັນຮູບງູຢູ່ສອງຝາກຂ້າງ ເຊິ່ງອາດຖືກສ້າງຂື້ນເມື່ອປະມານ ສະຕະວັດທີ XIII ແລະ ອີກສ່ວນທີ່ເຫຼືອ ອັນໄດ້ແກ່ບ່ອນວິປັດສະນາກຳມະຖານ,ບ່ອນສະມາທິ ເຊີ່ງຍັງເຫຼືອໃຫ້ເຫັນສ່ວນທີ່ເປັນແທ່ນ,ຮູເສົາ,ຝາ ແລະ ເພດານ ສ້າງດ້ວຍຫີນຊາຍທັງໝົດ ສັນນິຖານວ່າ
|
Evènements 2012
Nuits de la pleine Lune
Le 6 Avril 2012
Festival de Vat Phu
Du 5 au 7 février 2012
ຕາຕະລາງເຂົ້າທ່ຽວຊົມ
ຜູ້ມີສ່ວນຮ່ວມ










