| ຫໍພິພິທະພັນ |
|
ຖັດຈາກປະຕູທາງເຂົ້າ ສູ່ສະຖານບູຮານວັດພູ ແມ່ນອາຄານຫໍພິພິທະພັນ ແລະຫ້ອງການ ຄຸ້ມຄອງມໍລະດົກໂລກ ວັດພູຈຳປາສັກ ຢູ່ທີ່ຫໍພິພິທະພັນໄດ້ ຈັດວາງສະແດງວັດຖຸ ທີ່ໜ້າສົນໃຈຈາກການຂຸດຄົ້ນ ສ່ວນປະກອບທາງດ້ານສະຖາປັດຕະຍະກຳ,ຮູບແກະສະຫຼັກຕ່າງໆ ໄດ້ຖືກນຳມາວາງສະແດງ ເພື່ອອະທິບາຍກ່ຽວກັບ ປະຫວັດຄວາມເປັນມາຂອງວັດຖຸເຫຼົ່ານັ້ນ. ເຂົ້າຊົມຫໍພິພິທະພັນ ກ່ອນການທ່ຽວຊົມ ສະຖານທີ່ມໍລະດົກ ແມ່ນເປັນການແນະນຳ ຄວາມເຂົ້າໃຈ ເຖິງສະຖານທີ່ ທີ່ມີຄ່າ ແລະ ຄວາມເພິ້ງພໍໃຈ ຕໍ່ສິ່ງທີ່ບໍ່ເຄີຍເຫັນມາກ່ອນ
ຫໍພິພິທະພັນ ໄດ້ຖືກສ້າງຂື້ນດ້ວຍທືນ ຊ່ວຍເຫຼືອຂອງລັດທະບານ ຍີ່ປຸ່ນພາຍໄຕ້ໂຄງການຮ່ວມມື ກັບລັດຖະ ບານລາວ ປີ2001 – 2003 ຂະໜາດຂອງອາຄານ ແມ່ນບໍ່ມີຄວາມສ່ຽງຕໍ່ການທຳລາຍ ພື້ນຖານວັດຖຸບູຮານ ແລະຜົນເສຍຫາຍໃດໆ ເຖິງທັດສະນິຍະພາບຂອງແມ່ນ້ຳຂອງ ຕະຫຼອດຮອດສະຖານທີ່ ສັກກະລະບູຊາ. |
||||
Evènements 2012
Nuits de la pleine Lune
Le 6 Avril 2012
Festival de Vat Phu
Du 5 au 7 février 2012
ຕາຕະລາງເຂົ້າທ່ຽວຊົມ
ຜູ້ມີສ່ວນຮ່ວມ





![mu11-[640x480]](/images/stories/vatphou/mu11-[640x480].jpg)

