| ສະຖານທີ່ຕັ້ງຂອງວັດພູ |
|
|
ພື້ນທີ່ມໍລະດົກໂລກວັດພູ ຕັ້ງຢູ່ລະຫວ່າງແມ່ນໍ້າຂອງ ແລະ ສາຍພູເກົ້າ ໃນເຂດເມືອງຈຳປາສັກ, ແຂວງຈຳປາ ສັກ ພາກໄຕ້ຂອງລາວ - ມີຫຼາຍເສັ້ນທາງ ໃຫ້ທ່ານເລືອກ ເພື່ອເຂົ້າສູ່ເຂດມໍລະດົກ
- ເດີນທາງມາປາກເຊ ດ້ວຍເຄື່ອງບີນ, ຈາກວຽງຈັນ, ຈາກສຽມຣຽບ (ປະເທດກຳປູເຈຍ) ຈາກບາງກອກ (ປະເທດໄທ). - ດ້ວຍລົດເມ ຈາກວຽງຈັນ,ລົດເມ ຈາກອຸບົນຣາດຊະທານີ (ປະເທດໄທ) ແລະລົດເມ ຈາກສີພັນດອນພາກ ໄຕ້ຂອງລາວ ເດີນທາງມາຈຳປາສັກ - ດ້ວຍລົດສອງແຖວ ອອກຈາກ ຕະຫຼາດດາວເຮືອງ ຫຼື ລົດເມຢູ່ຄິວຫຼັກ 8 (ຕາມເສັ້ນທາງເລກທີ 13) - ດ້ວຍລົດສອງແຖວບ້ານມ່ວງ ຈາກນັ້ນຂີ່ເຮືອຈ້າງຂ້າມຝັ່ງ ແລ້ວຂີ່ລົດຕຸກ-ຕຸກ ເຂົ້າໄປຫາບ້ານພັກແລະອື່ນໆ - ດ້ວຍເຮືອທ່ອງທ່ຽວ ຈາກທ່າເຮືອປາກເຊ (ຫຼືສັ່ງຈ່ອງໃນຕົວແທນ ການທ່ອງທ່ຽວໃນປາກເຊ) - ເສັ້ນທາງທີ່ກຳລັງກໍ່ສ້າງ ແຕ່ປາກເຊຫາຈຳປາສັກ ລຽບຕາມແຄມຝັ່ງຂວາຂອງແມ່ນໍ້າຂອງ (ຈະເປີດໃຫ້ນຳໄຊ້ໃນປີ 2011 ) ![]()
|
Evènements 2012
Nuits de la pleine Lune
Le 6 Avril 2012
Festival de Vat Phu
Du 5 au 7 février 2012
ຕາຕະລາງເຂົ້າທ່ຽວຊົມ
ເປີດບໍລິການ
ທຸກໆວັນ
- ເລີ້ມເວລາ 8:00 ເຊົ້າ ຮອດ 6:00 ແລງ ສຳລັບເຂົ້າຊົມເຂດສະຖານວັດພູ
- ເລີ້ມເວລາ 8:00 ເຊົ້າ ຮອດ 4:30 ແລງ ສຳລັບເຂົ້າຊົມ ຫໍພິພິທະພັນ
ລາຍການລາຄາ :
(ພຽງປີ້ດຽວສາມາດທ່ຽວຊົມໄດ້ ທັງຫໍພິພິທະພັນ ແລະ ເຂດສະຖານວັດພູ)
- 30 000 ກີບ ສຳລັບຄົນຕ່າງປະເທດ
- 3 000 ກີບ ສຳລັບຄົນລາວ
ສາມາດເຂົ້າຊົມເຂດສະຖານວັດພູ ແບບລ່ວງເວລາໄດ້
ຂໍ້ມູນລະອຽດ ໃຫ້ເຂົ້າເບິ່ງຕາມ ຕາຕະລາງ ແລະ ຄ່າຜ່ານປະຕູເຂົ້າຊົມ
ຜູ້ມີສ່ວນຮ່ວມ
ເວັບໄຊ໋ນີ້ ສ້າງຂື້ນພາຍໄຕ້ໂຄງການ ກອງທຶນສາມັກຄີພິເສດ ໃນການຮ່ວມມື ລະຫວ່າງລັດຖະບານ ລາວ ແລະ ຝຣັ່ງ ເພື່ອການສົ່ງເສີມ ແລະ ພັດທະນາພື້ນທີ່ ທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງ ວັດພູຈຳປາສັກ.
ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ
ກົມມໍລະດົກ ຫ້ອງການ ຄຸ້ມຄອງ ແລະ ຈັດສັນພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ
ກະຊວງການຕ່າງປະເທດ
ສະຖານທູດຝຣັ່ງ ປະຈຳລາວ
ພະແນກການຮ່ວມມື ແລະ ການເຄື່ອນໄຫວທາງດ້ານວັດທະນະທຳ




![laosc-[640x480]](/images/stories/divers/laosc-%5B640x480%5D.jpg)

