| ເມືອງບູຮານ |
|
|
ເມືອງບູຮານກວມເນື້ອທີ່ປະມານ 2x1,8ກິໂລແມັດ ອ້ອມຮອບດ້ວຍຄູກຳແພງດິນ 2ຊັ້ນ ເຊິ່ງຄາດຄະ ເນວ່າ ອາດຈະຖືກສ້າງຕັ້ງຂຶ້ນເມື່ອທ້າຍສະຕະວັດທີ V ແຫ່ງຄຣິດຕະສັງກາດ.ດັ່ງທີ່ໄດ້ຢັ້ງຢືນຢູ່ໃນສີລາຈາລຶກແຜ່ນໜຶ່ງ ຂອງກະສັດຜູ້ຊົງພຣະນາມວ່າ ເທວະນິກະ ຄົ້ນພົບຢູ່ທີ່ບໍລິເວນບ້ານພະນອນເໜືອໃນປະຈຸບັນ. ໃນຂອບເຂດພື້ນທີ່ດຽວກັນນັ້ນ ຍັງໄດ້ພົບຫຼັກຖານທາງ ສີລາຈາລຶກອີກ 2 ແຜ່ນ ເຊີ່ງໄດ້ເປັນຫຼັກຖານບອກວ່າ ນັບຕັ້ງແຕ່ທ້າຍສະຕະວັດທີ VI ເປັນຕົ້ນມາ ດິນແດນແຫ່ງນີ້ໄດ້ເປັນນະຄອນຫຼວງຂອງ ພຣະເຈົ້າມະເຫນທຣະວໍຣະມັນ ອົງຊຶ່ງເມື່ອຕໍ່ມາ ໄດ້ຍ້າຍໄປປົກຄອງເຂດຊຳບໍໄປຣກຸກ ( ຕັ້ງຢູ່ຫ່າງຈາກທີ່ນີ້ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 240 ກິໂລແມັດ, ຢູ່ໃນດິນແດນຂອງປະເທດກຳປູເຈຍໃນປະຈຸບັນ )
![]() ນະຄອນບູຮານແຫ່ງນີ້ ( ມີນັກຄົ້ນຄ້ວາຫຼາຍທ່ານ ໃຫ້ການສັນນິຖານວ່າຄົງເປັນ "ນະຄອນເສດຖາປູຣະ") ໄດ້ ສູນເສຍບົດບາດຄວາມສຳຄັນໃນການເປັນສູນກາງ ທາງການເມືອງ ເພາະວ່າບັນດາຣາຊະວົງ ສານຸວົງ ໄດ້ຂະຫຍາຍ ອຳນາດລົງໄປທາງທິດໃຕ້ ແລະ ໄດ້ທຳການປົກຄອງກຸ່ມດິນແດນຂອງຂອມທັງໝົດນັບຕັ້ງແຕ່ສະຕະວັດທີ IX ເປັນຕົ້ນມາ,ແລະ ຕໍ່ມາໄດ້ຕັ້ງອັງກໍວັດຂື້ນເປັນນະ ຄອນຫຼວງ ເຖິງປານນັ້ນກໍຕາມບັນດາເຈົ້າຈອມຂອງຂອມ ໃນຍຸກຕໍ່ໆມາກໍຍັງບໍ່ເຄີຍລືມເລື່ອນຮາກເຫົ້ງາ ອູ່ກຳເນີດຂອງຕົນ ເຊິ່ງຈະສັງເກດເຫັນວ່າຕະຫຼອດໃນທຸກໆຣາຊະການໆປົກຄອງຂອງກະສັດອົງຕ່າງໆ ຈົນມາເຖິງສະຕະວັດທີ XII (ໄຊຍະວໍຣະມັນ VII ກະສັດອົງສຸດທ້າຍ ) ວັດພູໄດ້ຮັບພຣະຣະຊະດຳຣິ ໃຫ້ມີການກໍ່ເຕີມເສີມສ້າງມາໂດຍຕະຫຼອດ ແລະ ຍັງໄດ້ຮັບບໍລິ ຈາກ ພຣະຊະຊັບ ເພື່ອບຳລຸງຮັກສາວິຫານແຫ່ງນີ້ຢ່າງເປັນປົກກະຕິອີກດ້ວຍ.
ເມື່ອຕໍ່ມາວັດພູໄດ້ປ່ຽນແປງມາເປັນພຸທະສາສະນະສະຖານທີ່ມີຊີວິດຊີວາສຶບມາ ເຖິງເທົ້າທຸກວັນນີ້.ໃນມື້ເດືອນສາມເພັງຂອງທຸກໆປີປວງຊົນຊາວລາວທັງໃກ້ ແລະ ໄກໄດ້ມາເຕົ້າໂຮມກັນນະສະຖານທີ່ແຫ່ງນີ້ ເພື່ອພ້ອມພຽງກັນທຳບຸນຕັກບາດ ໃນງານບຸນນະມັດສະການຜາສາດຫີນວັດພູ.
|
Evènements 2012
Nuits de la pleine Lune
Le 6 Avril 2012
Festival de Vat Phu
Du 5 au 7 février 2012
ຕາຕະລາງເຂົ້າທ່ຽວຊົມ
ເປີດບໍລິການ
ທຸກໆວັນ
- ເລີ້ມເວລາ 8:00 ເຊົ້າ ຮອດ 6:00 ແລງ ສຳລັບເຂົ້າຊົມເຂດສະຖານວັດພູ
- ເລີ້ມເວລາ 8:00 ເຊົ້າ ຮອດ 4:30 ແລງ ສຳລັບເຂົ້າຊົມ ຫໍພິພິທະພັນ
ລາຍການລາຄາ :
(ພຽງປີ້ດຽວສາມາດທ່ຽວຊົມໄດ້ ທັງຫໍພິພິທະພັນ ແລະ ເຂດສະຖານວັດພູ)
- 30 000 ກີບ ສຳລັບຄົນຕ່າງປະເທດ
- 3 000 ກີບ ສຳລັບຄົນລາວ
ສາມາດເຂົ້າຊົມເຂດສະຖານວັດພູ ແບບລ່ວງເວລາໄດ້
ຂໍ້ມູນລະອຽດ ໃຫ້ເຂົ້າເບິ່ງຕາມ ຕາຕະລາງ ແລະ ຄ່າຜ່ານປະຕູເຂົ້າຊົມ
ຜູ້ມີສ່ວນຮ່ວມ
ເວັບໄຊ໋ນີ້ ສ້າງຂື້ນພາຍໄຕ້ໂຄງການ ກອງທຶນສາມັກຄີພິເສດ ໃນການຮ່ວມມື ລະຫວ່າງລັດຖະບານ ລາວ ແລະ ຝຣັ່ງ ເພື່ອການສົ່ງເສີມ ແລະ ພັດທະນາພື້ນທີ່ ທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງ ວັດພູຈຳປາສັກ.
ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ
ກົມມໍລະດົກ ຫ້ອງການ ຄຸ້ມຄອງ ແລະ ຈັດສັນພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ
ກະຊວງການຕ່າງປະເທດ
ສະຖານທູດຝຣັ່ງ ປະຈຳລາວ
ພະແນກການຮ່ວມມື ແລະ ການເຄື່ອນໄຫວທາງດ້ານວັດທະນະທຳ





